ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 644 ຕ້ອນຮັບອາດີດຫົວໜ້າກົມປ້ອງກັນອາກາດ

     ສະຫາຍ ພົນຈັດຕະວາ ໄພລັດ ພິມມະສັກ ອາດີດຫົວໜ້າກົມປ້ອງກັນອາກາດ ໄດ້ລົງພົບປະພະນັກງານ-ນັກຮົບກອງພັນໃຫຍ່ 644
ໃນວັນທີ 12 ຕຸລາ 2023 ນີ້, ມີບັນດາສະຫາຍໃນຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງກອງພັນໃຫຍ່ 644
ໃຫ້ການຕ້ອນຮັບ.

     ໃນພິທີ ສະຫາຍ ພົນຈັດຕະວາ ໄພລັດ ພິມມະສັກ ໄດ້ໂອ້ລົມບັນດາສະຫາຍ ພະນັກງານຫຼັກແຫຼ່ງຢູ່ກອງພັນ ໃຫຍ່ 644 ເຊີ່ງສະຫາຍ
ໄດ້ເລົ່າຄືນເຖິງປະຫວັດການເຄື່ອນໄຫວດຳລົງຊີວິດເຮັດໜ້າທີ່ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະທີ່ຜ່ານ
ມາແມ່ນໄດ້ກິ້ງເກືອກລີເລືອ ກັບພະນັກງານ-ນັກຮົບ ຫຼາຍຮຸ້ນ, ຫຼາຍສະໄໝ ໄດ້ຮ່ວມອຸດົມການຂອງພັກກໍ່ຄືກອງທັບ ໂດຍສະເພາະແມ່ນ
ເຫຼົ່າຮົບປ້ອງກັນອາກາດ. ຈົນເຮັດສຳເລັດໜ້າທີ່ໃນປັດຈຸບັນຖືເອົາໂອກາດນີ້ເປັນການອຳລາໜ້າທີ່ ແລະ ມອບໝາຍໜ້າທີ່ໃຫ້ບັນດາສະຫາຍ
ພະນັກງານ-ນັກຮົບ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ສ້າງຜົນງານເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ສຳເລັດຕາມການມອບໝາຍຂອງພັກ-ລັດ
ຂັ້ນເທິງ, ພ້ອມກັນປັບປຸງກໍ່ສ້າງກົມກອງເຫຼົ່າຮົບ ໃຫ້ກາຍເປັນກົມກອງທີ່ມີແບບແຜນທັນສະໄໝດີຂຶ້ນກ່ວາເກົ່າ, ຮັກສາມູນເຊື້ອຄວາມສາມັກ
ຄີ, ຄຸນສົມບັດສີນທຳປະຕິວັດໃຫ້ໜັກແໜ້ນເຂັ້ມແຂງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ, ຊອກຮູ້ຮ່ຳຮຽນທາງດ້ານວິຊາສະເພາະເຕັກນິກທີ່ທັນສະໄໝ
ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດຕໍ່ໆໄປຂອງ ຊາດ, ຂອງພັກ ກໍ່ຄືຂອງກອງທັບ.

     ໂອກາດນີ້ສະຫາຍ ພັນເອກ ຄໍາສີ ພົມມະຈັນ ເລຂາຄະນະພັກ, ຫົວໜ້າການເມືອງ, ກອງພັນໃຫຍ່ 644 ກໍ່ ໄດ້ກ່າວຄຳຂອບໃຈ ສະຫາຍ
ພົນຈັດຕະວາ ໄພລັດ ພິມມະສັກ ທີ່ໄດ້ມາພົບປະໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ພະນັກ ງານຫຼັກແຫຼ່ງ ກອງພັນໃຫຍ່ 644 ໃນຄັ້ງນີ້. ພ້ອມ
ນີ້ກໍ່ໄດ້ມອບກະຕ່າຂອງຂວັນເພື່ອສະແດງຄວາມຮູ້ບຸນຄຸນ ພ້ອມ ທັງອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນຈັດຕະວາ ໄພລັດ ພິມມະສັກ
ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ, ສຸກ ກາຍສຸກໃຈທັງຊີວິດສ່ວນຕົວ ແລະ ຄອບຄົວ.

ແຫຼ່ງທີ່ມາ: ຮ.ອ ສົມສັກ ແກ້ວດວງດີ
ວັນທີ 17/10/2023